ກອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ



No products in the cart.








ໃນຕອນບ່າຍຂອງວັນທີ 20 ກຸມພາ 2024 ສະຫະພັນກິລາອີສະປອດ ນຳພາໂດຍ ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດ ພ້ອມດ້ວຍຄະນະ ໄດ້ຈັດກອງປະຊຸມໂອ້ລົມກັບບັນດາສະໂມສອນ ແລະ ທີມອີສະປອດເພື່ອ ປຶກສາຫາລື ກຽມຄວາມພ້ອມໃນງານມະຫາກຳກິລາແຫ່ງຊາດຄັ້ງທີ XII ປະຈຳປີ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ.













ໃນຕອນເຊົ້າວັນທີ 17 ມັງກອນ 2025, ທີ່ຫ້ອງສະໂມສອນ ຄອລ. ທີ່ຜ່ານມາ ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ VIII ປະຈຳປີ 2024

ໃນວັນທີ 17 ມັງກອນ 2025 ທີ່ຜ່ານມາ ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ພ້ອມດ້ວຍຄະນະໄດ້ມີການປະຊຸມ ໂອ້ລົມກັບສະໂມສອນ SACKO Esport ຈາກສະຫວັນນະເຂດ ໃນການສ້າງຕັ້ງສະໂມສອນ ແລະ ໂອ້ລົມ ໃຫ້ທິດຊີ້ນຳ ປຶກສາກ່ຽວກັບແຜນແນວທາງການເຄື່ອນໄຫວຂອງສະໂມສອນຢູ່ພາຍໃນແຂວງສະຫວັນນະເຂດ ແລະ ເສີມສ້າງຄະນະ, ນັກກິລາ ໂດຍສະເພາະການວາງແຜນກ່ຽວກັບກິລາແຫ່ງຊາດໃນປີ 2025 ທີ່ກຳລັງຈະມາເຖິງໃນອະນາຄົດ.



