4 ທີມສຸດທ້າຍທີ່ຈະມາຊິງຄວາມເປັນທີ1 Road to Sea Games 2025




No products in the cart.

















ໃນວັນທີ 13 ມີນາ 2025 ທີ່ຜ່ານມາ, ສະຫະພັນກິລາອີສະປອດແຫ່ງຊາດໄດ້ຖືເປັນກຽດຕ້ອນຮັບ ທ່ານ ນາງລີປາເອຍ ລີບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ກະຊວງສຶກສາທິການ ແລະ ກິລາ, ວິຊາການ ຂະແໜງກິລາ -ກາຍຍະກໍາ ແລະ ສີລະປະສຶກສາ ໄດ້ລົງມາຢ້ຽມຢາມສະຫະພັນກິລາອີສະປອດແຫ່ງຊາດ ຮັບຕ້ອນໂດຍ ທ່ານ ໂຈນະທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດ ພ້ອມດ້ວຍຄະນະ ໂດຍໄດ້ມີການປະຊຸມໂອ້ລົມເພື່ອລາຍງານຜົນການກະກຽມຄວາມພ້ອມຂອງສະຫະພັນກິລາອີສະປອດແຫ່ງຊາດ ແລະ ນະຄອນຫຼວງວຽງຈັນ ໃນການເຂົ້າຮ່ວມການແຂ່ງຂັນມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ຈະຈັດຂື້ນໂດຍມີນະຄອນຫຼວງວຽງຈັນເປັນເຈົ້າພາບ ໃນເດືອນ ພະຈິກທີ່ກຳລັງຈະມາເຖິງ, ກຽມຄວາມພ້ອມຂອງທີມງານ Production ໃນການ Support ການຖ່າຍທອດສົດ, ແຜນການຕະຫຼາດຕ່າງໆ ໃນການ Support ໂຄສະນາກິລາ ລວມເຖິງການ Support ສະຫະພັນກິລາອື່ນໆ, ນອກນັ້ນຍັງລົງຢ້ຽມຢາມ 2 ສະໂມສອນສຳຄັນ ນັ້ນກໍຄື Paradise esports ແລະ Nine esports ໃນການເບີ່ງສະຖານທີ່ຝຶກຊ້ອມ ແລະ ສ້າງນັກກິລາໃນອະນາຄົດ.





ໃນວັນທີ 25 ກຸມພາ 2025 ທີ່ຜ່ານມາ ທ່ານ ວັນທະນາ ກຸນນະວັນ ຮອງປະທານ ແລະ ເລຂາທິການ ສະພັນກິລາອີສະປອດແຫ່ງຊາດລາວ ຕາງໜ້າ ໂອແລມປິກ ແລະ ຕາງໜ້າກິລາລາວທີ່ກ່ຽວຂ້ອງ ເຂົ້າຮ່ວມ ກອງປະຊຸມ ປະຖົມມະເລີກ ໃນການສ້າງຕັ້ງ ແລະ ຜັນຂະຫຍາຍ ວຽກງານ, ພາລະບົດບາດ ຂອງ AMSA ຫຼື Asian Mind Sports Association ໃນການສົ່ງເສີມ ກິລາທີ່ກ່ຽວກັບ ການໃຊ້ແນວຄວາມຄິດ ແລະ ສະໝອງ ໂດຍມີ 35 ປະເທດສະມາຊິກເຂົ້າຮ່ວມ ໂດຍການເປັນປະທານຂອງ ຄະນະກຳມະການໂອແລມປິກອາຊີ ແລະ ສະມາຊິກ ຂອງແຕ່ລະປະເທດເຂົ້າຮ່ວມ ທີ່ບາງກອກ, ປະເທດໄທ.


