ຄວາມເປັນມາ
ໃນຊຸມປີທີ່ຜ່ານມາ, ກິລາອີສະປອດໄດ້ຮັບຄວາມນິຍົມເພີ່ມຂຶ້ນຢ່າງຕໍ່ເນື່ອງໃນປະເທດລາວ, ໂດຍສະເພາະໃນບັນດາເມືອງໃຫຍ່ເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈຳປາສັກ. ເຫັນໄດ້ຈາກການເພີ່ມຂຶ້ນຂອງ ຊຸມຊົນເກມເມີທີ່ໃຫຍ່ໂຕຂຶ້ນ, ລວມທັງການເຂົ້າຮ່ວມຂອງນັກກິລາລາວໃນການແຂ່ງຂັນລະດັບພາກພື້ນ.
ການກໍ່ຕັ້ງສະຫະພັນເກີດຂຶ້ນພາຍໃຕ້ການສະໜັບສະໜູນຂອງກະຊວງສຶກສາທິການ ແລະ ກິລາ ຮ່ວມກັບຄະນະກຳມະການກິລາແຫ່ງຊາດລາວ, ເຊິ່ງໄດ້ເຫັນເຖິງທ່າແຮງ ແລະ ໂອກາດຂອງກິລາອີສະປອດໃນການພັດທະນາທັກສະດິຈິຕອນ, ການສ້າງວຽກເຮັດງານທຳໃໝ່ ແລະ ການສົ່ງເສີມຮູບພາບຂອງປະເທດໃນເວທີສາກົນ.
ສະຫະພັນໄດ້ວາງແຜນດຳເນີນງານຜ່ານການຈັດຕັ້ງການແຂ່ງຂັນລະດັດຊາດເປັນປະຈຳ, ການຮ່ວມມືກັບສະຖາບັນການສຶກສາໃນການບູລະນາການອີສະປອດເຂົ້າໃນຫຼັກສູດ, ການສ້າງເຄືອຂ່າຍສະມາຊິກທົ່ວປະເທດ, ແລະ ການສົ່ງເສີມການຄົ້ນຄວ້າພັດທະນາດ້ານອີສະປອດເພື່ອໃຫ້ສອດຄ່ອງກັບສະພາບການລາວ.
ດ້ວຍການກໍ່ຕັ້ງສະຫະພັນກິລາອີສະປອດແຫ່ງຊາດລາວ, ປະເທດລາວກຳລັງກ້າວເຂົ້າສູ່ຍຸກໃໝ່ຂອງກິລາດິຈິຕອນ, ພ້ອມທັງສ້າງໂອກາດໃໝ່ໃຫ້ແກ່ໄວຫນຸ່ມລາວ







Lao Esports Federation
ເປົ້າໝາຍຫຼັກຂອງສະຫະພັນ
1. ການພັດທະນາໂຄງສ້າງພື້ນຖານ
- ສ້າງສູນຝຶກຊ້ອມກິລາອີສະປອດຕາມມາດຕະຖານສາກົນ
- ພັດທະນາລະບົບການແຂ່ງຂັນທີ່ຍຸຕິທໍາ ແລະ ມີມາດຕະຖານ
- ສົ່ງເສີມການເຂົ້າເຖິງອຸປະກອນ ແລະ ເຕັກໂນໂລຢີທີ່ທັນສະໄໝ
2. ການຝຶກອົບຮົມ ແລະ ພັດທະນານັກກິລາ
- ຄົ້ນຫາ ແລະ ພັດທະນານັກກິລາລຸ່ນໃໝ່ທີ່ມີຄວາມສາມາດ
- ຈັດຝຶກອົບຮົມທັກສະການຫຼີ້ນເກມຢ່າງເປັນລະບົບ
- ສົ່ງເສີມການພັດທະນາທັງດ້ານທັກສະກິລາ ແລະ ຈິດໃຈ
3. ການສ້າງລະບົບນິເວດອີສະປອດ
- ສົ່ງເສີມການຮ່ວມມືກັບພາກເອກະຊົນ
- ພັດທະນາອາຊີບໃໝ່ທີ່ກ່ຽວຂ້ອງກັບອີສະປອດ (ຜູ້ຈັດການທີມ, ຄູຝຶກ, ນັກວິເຄາະເກມ, ຜູ້ຖ່າຍທອດສົດ)
- ສ້າງເຄືອຂ່າຍພາກກິດຈະກຳກັບອຸດສາຫະກໍາດິຈິຕອນ
4. ການເຂົ້າຮ່ວມລະດັບສາກົນ
- ສົ່ງທີມນັກກິລາລາວເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ
- ເຊື່ອມໂຍງກັບສະຫະພັນອີສະປອດອາຊຽນ ແລະ ອົງການອີສະປອດສາກົນ
- ຮັບຮອງເອົາມາດຕະຖານສາກົນໃນການຈັດການແຂ່ງຂັນ
5. ການສົ່ງເສີມຄຸນຄ່າທາງສັງຄົມ
- ສົ່ງເສີມການຫຼີ້ນເກມທີ່ດີຕໍ່ສຸຂະພາບ ແລະ ມີຄວາມຮັບຜິດຊອບ
- ໃຊ້ກິລາອີສະປອດເປັນເຄື່ອງມືພັດທະນາທັກສະດິຈິຕອນ
- ສ້າງຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບອີສະປອດໃນສັງຄົມ
Games
Games Tournament

Mobile Legends: Bang Bang
“MLBB ເປັນນຶ່ງໃນເກມອີສະປອດທີ່ນິຍົມທີ່ສຸດໃນອາຊີຕາເວັນອອກສຽງໃຕ້, ລວມທັງໃນລາວ, ເນື່ອງຈາກຫຼີ້ນງ່າຍ, ໃຊ້ເວລາບໍ່ດົນ ແລະ ບໍ່ຕ້ອງການມືຖືທີ່ມີສະເປັກສູງ.”

Honor of Kings
“HOK ເໝາະສຳລັບຜູ້ທີ່ຊອກຫາປະສົບການ MOBA ທີ່ມີຄຸນນະພາບສູງ, ລະບົບແຂ່ງຂັນທີ່ຍຸຕິທຳ ແລະ ຕ້ອງການຄວາມທ້າທາຍທາງດ້ານທັກສະ.”

Valorant
“ຫຼີ້ນໄດ້ສະເພາະເທົ່ານັ້ນ (PC), ຕ້ອງການຄອມພິວເຕີທີ່ມີສະເປັກປານກາງເຖິງສູງ. Valorant ເໝາະສຳລັບຜູ້ທີ່ມັກເກມ FPS ທີ່ຕ້ອງການຄວາມແມ່ນຍຳ, ຍຸດທະສາດ ແລະ ການປະສານງານທີມທີ່ດີເລີດ.”



