Esports News
ຄະນະບໍລິຫານງານສະຫະພັນກິລາອີສະປອດແຫ່ງຊາດລາວ ນຳພາໂດຍທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນ, ທ່ານ ວັນທະນາ ກຸນນະວັນ ຮອງປະທານ ແລະ ເລຂາທິການ, ທ່ານ ສົມພະຈັນ ແສງສີລາວົງ ຮອງເລຂາທິການ ແລະ ຫົວໜ້າກຳມະການຕັດສິນຜູ້ຮັບຜິດຊອບວຽກງານການແຂ່ງຂັນ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານກິລະດັບສູງທົ່ວປະເທດປະຈຳປີ 2024 ແລະ ແຜນວຽກຈຸດສຸມໃນການພັດທະນາກິລາລາວແຕ່ນີ້ຮອດປີ 2035.
ໃຫ້ກຽດເປັນປະທານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກກິລາ-ກາຍຍະກຳ, ມີຫົວຫນ້າກົມກິລາລະດັບສູງ, ຫົວໜ້າກົມມວນຊົນ, ພະລະ ແລະ ສີລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກສຶກສາທິການ ແລະ ກິລາ, ຮອງພະແນກ, ຫົວໜ້າຂະແໜງກິລາ ຈາກ 17 ແຂວງ 1 ນະຄອນຫລວງ, ປະທານ, ຮອງປະທານ, ເລຂາທິການ ຈາກບັນດາສະຫະພັນກິລາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ມີວາລະດຳເນີນເປັນເວລາ 3 ວັນ ຕັ້ງແຕ່ວັນທີ 26-28 ກຸມພາ 2025, ທີ່ຫ້ອງປະຊຸມໃຫຍ່ຄະນະກຳມະການໂອແລມປິກແຫ່ງຊາດລາວ




