Esports News
ໃນວັນທີ 19 ກຸມພາ 2025 ບໍລິສັດ FirstEnergy Solutions – EcoFlow Lao Distributor ໄດ້ມອບຜະລິດຕະພັນ Ecoflow (ແບັດພະລັງງານສຳຮອງ) 2 ເຄື່ອງໃຫ້ແກ່ກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາອີສະປອດແຫ່ງຊາດລາວ ເພື່ອຮັບໃຊ້ໃນວຽກງານ, ໃຫ້ກຽດຮັບໂດຍ ທ່ານ ສີຈັນ ຈິດຕະປັນຍາ ວ່າການຫົວຫນ້າກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ລວມມູນຄ່າ 24,000,000 ກີບ.
ປັດຈຸບັນທາງ ບໍລິສັດ First Energy Solutions ແລະ ສະຫະພັນກິລາອີສະປອດແຫ່ງຊາດລາວ ກຳລັງມີແຜນຮ່ວມມືກັນຢ່າງເປັນທາງການ ໃນການເຮັດໃຫ້ ບັນດານັກກິລາ ແລະ ສະໂມສອນ ເຂົ້າເຖິງແຫຼ່ງພະລັງງານສຳຮອງ ດ້ວຍຜະລິດຕະພັນມາດຕະຖານສາກົນ ແລະ ການຮ່ວມມືດ້ານ ການເກັບກຳຂໍ້ມູນ ຫຼື ການເຂົ້າເຖິງກິດຈະກຳ ຜ່ານ Eventy5.

