Esports News
ຂໍສະແດງຄວາມຍິນດີກັບ Niightmare Esports ທີ່ສາມາດຄວ້າແຊ້ມ M Challenge Cup Mekong S5 (MCCM) ມາຄອງໄດ້ຢ່າງຍິ່ງໃຫຍ່! ການເດີນທາງຕະຫຼອດການແຂ່ງຂັນຂອງນັ້ນໜ້າປະທັບໃຈຫຼາຍ ບໍ່ວ່າຈະເປັນຄວາມມຸ່ງໝັ້ນ, ທຸ້ມເທ ຫຼື ທີມເວີກທີ່ຍອດຢ້ຽມ ສິ່ງເຫຼົ່ານີ້ຄືສິ່ງທີ່ເຮັດໃຫ້ຄູ່ຄວນກັບຕໍາແໜ່ງແຊ້ມຢ່າງແທ້ຈິງ!
ພວກເຮົາທຸກຄົນໄດ້ເຫັນເຖິງຄວາມສາມາດອັນໂດດເດັ່ນ ແລະ ຍຸດທະສາດທີ່ສະຫຼາດຫຼັກແຫຼມຂອງທີມໃນທຸກໆການແຂ່ງຂັນ ບໍ່ວ່າຈະເປັນການເອົາຊະນະຄູ່ແຂ່ງທີ່ແຂງເເກ່ງ ຢ່າງ Leon Esports ໃນຮອບຊີງຊະນະເລີດ ຫຼື ການຝ່າຟັນອຸປະສັກຕ່າງໆ ມາໄດ້ຕະຫຼອດເສັ້ນທາງ.
ໄຊຊະນະຄັ້ງນີ້ບໍ່ໄດ້ເປັນພຽງແຕ່ການຄວ້າລາງວັນ ແຕ່ຍັງເປັນການຢໍ້າເຖິງຄວາມພະຍາຍາມ ແລະ ການຝຶກຝົນຢ່າງໜັກຂອງທີມ Niightmare Esports ຂໍໃຫ້ຄວາມສໍາເລັດຄັ້ງນີ້ເປັນຈຸດເລີ່ມຕົ້ນຂອງຄວາມສໍາເລັດທີ່ຍິ່ງໃຫຍ່ກວ່າໃນອະນາຄົດ ແລະ ເປັນກໍາລັງໃຈໃຫ້ພັດທະນາຝີມືຕໍ່ໄປເພື່ອສ້າງຊື່ສຽງໃຫ້ກັບວົງການອີສະປອດ.
ພວກເຮົາຂໍຂອບໃຈຜູ້ສະໜັບສະໜູນທຸກທ່ານ ບໍ່ວ່າຈະເປັນ TPLUS, Laotelecom, MmoneyX, VientianeCenter, MajorCineplex, bluegrass, guru, Viengkhamsecurityservice, JBL, Samsung, ttracing, paradise, stellar, drmarkz, hobby, ecoflow, Laoartmedia ທີ່ມີສ່ວນຮ່ວມໃນການສະໜັບສະໜູນການແຂ່ງຂັນຄັ້ງນີ້ໃຫ້ປະສົບຜົນສໍາເລັດ ແລະ ທີ່ສໍາຄັນທີ່ສຸດ ຂໍຂອບໃຈຜູ້ຊົມທຸກທ່ານທີ່ຮ່ວມລຸ້ນ ແລະ ໃຫ້ກໍາລັງໃຈ.
ຍິນດີນຳອີກຄັ້ງກັບແຊ້ມ MCCM S5, Niightmare Esports!

