ສາວົກ MLBB ຕ້ອງ TPLUS SIM ESPORT
ສັ່ງຈອງພິມໄດ້ ພຽມເເຕ່ພິມຄຳວ່າ: Esportsim ຫລື Tplus ກ້ອງຄອມເມັ້ນ
ລະບົບຈະຕອບກັບທ່ານອັດຕະໂນມັດ!!!!
ພາລະກິດຄວ້າ Slot ສູ່ Esports World Cup 2025
ພ້ອມລຸຍ! ນັກແຂ່ງລາວສູ່ຫວຽດນາມ: ພາລະກິດຄວ້າ Slot ສູ່ Esports World Cup 2025ທີ່ຊາອູດີອາຣາເບຍ!
ໄດ້ເວລາອອກເດີນທາງແລ້ວ! ເຫຼົ່ານັກແຂ່ງທີ່ເກັ່ງກ້າຈາກລາຍການ Lao National Qualifier – M Challenge Cup Mekong S5 (MCCM) ແລະ Lao National Qualifier – MLBB Women’s Invitational Mekong Qualifier (MWI) ກຽມພ້ອມມຸ່ງໜ້າສູ່ປະເທດຫວຽດນາມ ເພື່ອພາລະກິດສຳຄັນໃນການຄັດເລືອກຕົວແທນໜຶ່ງດຽວສູ່ສະໜາມແຂ່ງລະດັບໂລກທີ່ Esports World Cup 2025 (EWC 2025) ທີ່ເມືອງຣິຢາດ ປະເທດຊາອູດີອາຣາເບຍ! ນີ້ບໍ່ແມ່ນພຽງແຕ່ການແຂ່ງຂັນ ແຕ່ຄືການຊິງໂຊກຄັ້ງຍິ່ງໃຫຍ່ທີ່ມີພຽງ ໜຶ່ງສະລັອດເທົ່ານັ້ນ ທີ່ຈະໄດ້ໄປຕໍ່!
ເສັ້ນທາງສູ່ຄວາມສຳເລັດບໍ່ງ່າຍ ແຕ່ຄຸ້ມຄ່າແນ່ນອນ ເພາະໃນລາຍການ EWC x MSC ມີເງິນລາງວັນລວມສູງເຖິງ 3,000,000 ໂດລາສະຫະລັດ ແລະ EWC x MWI ອີກ 500,000 ໂດລາສະຫະລັດ ນີ້ຄືໂອກາດທີ່ຈະພິສູດຝີມື, ສ້າງຊື່ສຽງ ແລະ ຄວ້າໄຊຊະນະອັນຍິ່ງໃຫຍ່ກັບຄືນມາ.
ພວກເຮົາຂໍເປັນກຳລັງໃຈໃຫ້ນັກແຂ່ງທຸກຄົນ ມຸ່ງໝັ້ນ, ທຸ່ມເທ ແລະ ສະແດງສັກກະຍະພາບອອກມາໃຫ້ເຕັມທີ່! ນຳຄວາມພາກພູມໃຈກັບຄືນມາໃຫ້ປະເທດລາວ! ສູ້ໆ!



ເຊັນສັນຍາຮ່ວມກັບສະໂມສອນ ແລະ ທີມນັກກິລາຕົວແທນປະເທດລາວ
ໃນວັນທີ20.05.2025ທີ່ຜ່ານມາ ສະຫະພັນກິລາອີສະປອດແຫ່ງຊາດລາວ ໄດ້ເຊັນສັນຍາຮ່ວມກັບສະໂມສອນ ແລະ ທີມນັກກິລາຕົວແທນປະເທດລາວ.
ຝາກທຸກຄົນຕິດຕາມ ເເລະ ຮ່ວມໃຫ້ກຳລັງໃຈນັກກິລາອີສະປອດຕົວເເທນຂອງປະເທດລາວເຮົາຫຼາຍໆເດີ້
– Sea Games (MLBB)
– WEC2025 (MLBB)
– MWI Mekong Qualifier (MLBB)
– Viking Mekong Warrior Invitational (MLBB)
– Sea Games (MLBB)
– MCCM S5 (MLBB)
– Viking Mekong Warrior Invitational (MLBB)
– MCCM S5 (MLBB)
– Asean Youth Esports Championship 2025 (eFootball Mobile)
– WEC2025 (MLBB)






ທີມ Leon Esports ທີ່ໄດ້ເປັນແຊ້ມໃນລາຍການ MCCM
Congratulations ![]()
![]()
ທີມ Leon Esports ທີ່ໄດ້ເປັນແຊ້ມໃນລາຍການ MCCM ແລະ ທີມ Niightmare Esports ຮັບອັນດັບຊະນະເລີດ ທີ່ຈະໄດ້ເດີນທາງໄປເປັນຕົວແທນປະເທດລາວ ເພື່ອເຂົ້າຮ່ວມການແຂ່ງຂັນລາຍການ M Challenge Cup Mekong Season 5 ທີ່ປະເທດຫວຽດນາມ ຂໍອວຍພອນໃຫ້ປະສົບຜົນສຳເລັດ ແລະ ນຳເອົາໄຊຊະນະກັບຄືນສູ່ປະເທດລາວເຮົາ ເເລະ ນຳເອົາອີສປອດລາວເຮົາໄປສູ່ລະດັບສາກົນ
![]()
![]()
![]()
![]()



ທີມ KK Neo ທີ່ໄດ້ເປັນແຊ້ມໃນລາຍການ MWI
Congratulations 

ທີມ KK Neo ທີ່ໄດ້ເປັນແຊ້ມໃນລາຍການ MWI ແລະ ທີ່ໄດ້ເປັນຕົວແທນປະເທດລາວ ເພື່ອເຂົ້າຮ່ວມການແຂ່ງຂັນລາຍການ MLBB Women’s Invitational 2025 ທີ່ປະເທດຫວຽດນາມ. ຂໍອວຍພອນໃຫ້ປະສົບຜົນສຳເລັດ ແລະ ນຳເອົາໄຊຊະນະກັບຄືນສູ່ປະເທດລາວເຮົາ! 



📢 Esports News
WAVES Esports Championship 2025-eFootball International Leg
ໃນວັນທີ 30 ເມສາ 2025 ທີ່ຜ່ານມາ, ທ່ານ ໂຈນາທານ ສິລິສັກດາ, ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ, ໄດ້ນຳພາ ທ້າວ ສຸທິພອນ ສິງທອງ, ນັກກິລາອີສະປອດປະເພດ Efootball ຂອງທີມຊາດລາວ, ເພື່ອເຂົ້າຮ່ວມການແຂ່ງຂັນລະດັບສາກົນທີ່ມີຊື່ວ່າ “WAVES Esports Championship 2025 – eFootball International Leg” ເຊິ່ງຈັດຂຶ້ນ ທີເມືອງ ມຸມໃບ, ປະເທດ ອິນເດຍ.
ການເດີນທາງໄປເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ເປັນການສ້າງໂອກາດອັນສຳຄັນໃຫ້ແກ່ນັກກິລາອີສະປອດຂອງລາວ ໄດ້ສະແດງສັກກະຍະພາບໃນເວທີສາກົນ ແລະ ເປັນການສົ່ງເສີມກິລາອີສະປອດໃນປະເທດລາວໃຫ້ກ້າວໄປສູ່ລະດັບພາກພື້ນ ແລະ ສາກົນ. ທ້າວ ສຸທິພອນ ສິງທອງ ເປັນນັກກິລາທີ່ມີຄວາມສາມາດ ແລະ ໄດ້ຜ່ານການຄັດເລືອກ ເພື່ອເປັນຕົວແທນຂອງປະເທດເຂົ້າຮ່ວມການແຂ່ງຂັນໃນລາຍການດັ່ງກ່າວ.
ທ່ານ ໂຈນາທານ ສິລິສັກດາ ໄດ້ກ່າວວ່າ “ການເຂົ້າຮ່ວມການແຂ່ງຂັນ WAVES Esports Championship 2025 ໃນຄັ້ງນີ້ ເປັນບາດກ້າວສຳຄັນໃນການພັດທະນາກິລາອີສະປອດຂອງລາວ. ພວກເຮົາເຊື່ອໝັ້ນໃນຄວາມສາມາດຂອງ ທ້າວ ສຸທິພອນ ແລະ ຫວັງວ່າລາວຈະສ້າງຜົນງານທີ່ດີ ເພື່ອນຳຊື່ສຽງມາສູ່ປະເທດຊາດ.”
ສະຫະພັນກິລາອີສະປອດແຫ່ງຊາດລາວ ຂໍເຊີນຊວນແຟນໆ ກິລາອີສະປອດທຸກຄົນຮ່ວມສົ່ງກຳລັງໃຈ ແລະ ເປັນກຳລັງເຊຍໃຫ້ແກ່ ທ້າວ ສຸທິພອນ ສິງທອງ ແລະ ທີມຊາດລາວ ໃນການແຂ່ງຂັນລະດັບສາກົນຄັ້ງນີ້. ຕິດຕາມຂ່າວສານ ແລະ ຜົນການແຂ່ງຂັນໄດ້ຜ່ານຊ່ອງທາງຂອງສະຫະພັນກິລາອີສະປອດແຫ່ງຊາດລາວ.
ພວກເຮົາຂໍອວຍພອນໃຫ້ ທ້າວ ສຸທິພອນ ສິງທອງ ປະສົບຜົນສຳເລັດໃນການແຂ່ງຂັນ ແລະ ສາມາດສ້າງຜົນງານອັນໂດດເດັ່ນໃນເວທີສາກົນ.








![อาจเป็นรูปภาพของ ข้อความพูดว่า "LESF E MORDE MOBILE یر LEGENDS CyИEE HOMEN'S ו HOB (.ៀា] 2025 SCHEDULE GROUP B HoChiMinhCity, Vietnam 01 JUNE RISE OF RAVEN BO3 17:00 RLG VIETNAM HoChiMinhCity, Vietnam 01 JUNE CHONBURI ESPORTS BO3 1830 RISE OF RAVEN HoChiMinhCity, Vietnam 01 JUNE RLG VIETNAM BO3 20:00 CHONBURI ESPORTS"](https://scontent.fvte1-2.fna.fbcdn.net/v/t39.30808-6/502511568_1115984953880328_1746815904835534171_n.jpg?_nc_cat=101&ccb=1-7&_nc_sid=127cfc&_nc_eui2=AeH7anxkisYiV4sjXif7zp1nh5yWES-1w1uHnJYRL7XDW8vIulYLTJ05ut62XwFPWpOYuXwbw9YsBXKinilVwpdt&_nc_ohc=SJakaid4O4YQ7kNvwG2ofEZ&_nc_oc=Adkv3sip3zjo23_w0ETyRQsBRcAlEa67u-2w2nwO4IR5FFKxn3ZYcHtZzNwIZId0248&_nc_zt=23&_nc_ht=scontent.fvte1-2.fna&_nc_gid=IQvuB_nzNaxpuK3BJBmzGQ&oh=00_AfOeZqgFXwtaflctijgza2tX6zgaE7gZsF0_9iM8HQDrDA&oe=68559197)









