Esports News
ໂອກາດໃນການເຕີບໂຕ, ຮ່ວມມື ແລະ ພັດທະນາຮອບດ້ານ!!
ວັນທີ 27/03/2025 ທີ່ສະຖານທູດອິນເດີຍ ປະຈຳ ລາວ, ທ່ານ Yogeshwar Sangwan ທູດອິນເດຍ ປະຈຳ ສປປ ລາວ, ໄດ້ເຊີນບັນດາຜູ້ຕາງຫນ້າ ໃນແຕ່ລະສາຍງານໃນລາວ ເພື່ອເຂົ້າຮ່ວມຮັບຟັງ ແຜນການຮ່ວມມື ແລະ ເຂົ້າຮ່ວມງານ WAVES BAZAAR ທີ່ຈະຈັດຂຶ້ນທີ່ ປະເທດອິນເດຍ ໃນມໍ່ໆນີ້ ທັງຮູບແບບ online and live event, ເພື່ອເປີດໂອກາດໃຫ້ ຫຼາກຫລາຍພາກສ່ວນໃນລາວເປັນຕົ້ນ ສາຍງານ Event organizer, Media-Entertainment , Esports-Game, Music-Sound, Film, advertising and influencer ໃນການຮ່ວມແລກປ່ຽນ ນຳສະເໜີຜົນງານ, ຄວາມເປັນໄປໄດ້ໃນການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ໃນແຕ່ລະສາຍວິຊາຊີບ ທັງເປັນການເປີດໂອກາດໃນການຮ່ວມມື ແລກ ປ່ຽນປະສົບການ ແລະ ວິຊາການອື່ນໆ ເຊິ່ງຈະສ້າງເຄືອຂ່າຍການເຮັດວຽກແບບຄອບຄຸມ ແລະ ເຊື່ອມຈອດກັນ ພາຍໃຕ້ງານດັ່ງກ່າວ


