ປຶກສາຫາລື ແລະ ຫາທິດຊີ້ນຳໃນວຽກງານອີສະປອດ ທີ່ກ່ຽວພັນກັບການຊຸກຍູ້ວຽກງານການສຶກສາ.
ໃນວັນພະຫັດ ທີ 15 ກຸມພາ 2024 ທີ່ຜ່ານມາ, ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ພ້ອມດ້ວຍວີຊາການສະຫະພັນ ໄດ້ຖືເປັນກຽດເຂົ້າພົບປະໂອ້ລົມນຳ ທ່ານ ຮອງພະແນກ ແລະ ວິຊາການ ພະແນກສຶກສາທິການ ແລະ ກິລາແຂວງ ຫຼວງພະບາງ, ເພື່ອປຶກສາຫາລື ແລະ ຫາທິດຊີ້ນຳໃນວຽກງານອີສະປອດ ທີ່ກ່ຽວພັນກັບການຊຸກຍູ້ວຽກງານການສຶກສາ ຄວບຄູ່ໄປພ້ອມກັບວຽກງານການທ່ອງທ່ຽວ ທີ່ມີຄວາມເປັນໄປໄດ້ໃນອະນາຄົດ.
ພ້ອມກັນນັ້ນ ກໍເປັນບາດກ້າວອັນສຳຄັນໃນການກຽມພ້ອມ ແລະ ການເຟັ້ນຫານັກກິລາອີສະປອດປະຈຳແຕ່ລະແຂວງ ແລະ ແຕ່ລະສະຖາບັນ ເພື່ອກຽມເຂົ້າຮ່ວມການແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ແລະ ມະຫະກຳກິລາມະຫາວິທະຍາໄລ ທີ່ຈະຈັດຂື້ນໃນປີ 2024, ແລະ ມະຫະກຳກິລາແຫ່ງຊາດໃນປີ 2025

















