Esports News
“ປະຊຸມກະກຽມ ກິລາມະຫາວິທະຍາໄລລາວ”
ໃນຕອນບ່າຍຂອງວັນທີ 12 ມັງກອນ 2024 ຄະນະບໍລິຫານງານ ສະຫະພັນກິລາອີສະປອດແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມກອງເຕັກນິກ ກະກຽມ ການແຂ່ງຂັນ ກິລາ ມະຫາວິທະຍາໄລລາວ ຄັ້ງທີ 2 ປີ 2024 ໂດຍມີການ ບັນຈຸ ປະເພດກະລາ 11 ປະເພດ ເຊິ່ງ ກິລາ ອີສະປອດ ກໍເປັນ 1 ໃນນັ້ນ. ກອງປະຊຸມໄດ້ ແຈ້ງລາຍລະອຽດ, ເງື່ອນໄຂ ແລະ ການຈັດການແຂ່ງຂັນ ຂອງແຕ່ລະປະເພດ ເຊິ່ງປີນີ້ ມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນໃນໄລຍະເດືອນ ພຶດສະພາ-ມິຖຸນາ 2024 ນີ້.
ສຳລັບກິລາອີສະປອດ ສະເໜີບັນຈຸ 3 ປະເພດ ຊິງໄຊ 8 ລາຍການ ເຊິ່ງຢູ່ໃນຂັ້ນຕອນການ ພິຈາລະນາ ວ່າຈະມີການແຂ່ງຫຍັງແດ່ ແຕ່ທີ່ແນ່ໆ ມ່ວນແນ່ນອນ
ສຳລັບໃຜຢາກໃຫ້ມີລາຍການໃດ ສາມາດ ໄປຕອບບົດສຳຫຼວດໄດ້ ທີ່ລິ້ງນີ້:
https://docs.google.com/…/1ZqPa…/edit…ເພາະທຸກການຕອບ ສົ່ງຜົນຕໍ່ການບັນຈຸລາຍການແຂ່ງຂັນ

