ໜ້າຫຼັກ
ຄວາມເປັນມາ
ຂ່າວສານ
ກິດຈະກຳ
ຜະລິດຕະພັນ
ຕັ່ງ Gaming
ເສື້ອ YP
ໜ້າຫຼັກ
ຄວາມເປັນມາ
ຂ່າວສານ
ກິດຈະກຳ
ຜະລິດຕະພັນ
ຕັ່ງ Gaming
ເສື້ອ YP
ໜ້າຫຼັກ
ຄວາມເປັນມາ
ຂ່າວສານ
ກິດຈະກຳ
ຜະລິດຕະພັນ
ຕັ່ງ Gaming
ເສື້ອ YP
No products in the cart.
Author: Max Souphankhaisy
Home
Max Souphankhaisy
Page 4
Esports News
February 8, 2024
Max Souphankhaisy
ອີສະປອດຊິງແຊ້ມໂລກ 2024 ເດົາວ່າມີປະເພດເກມໃດແນ່ ?
ເດົາຖືກ ຫຼື ບໍ່ວ່າ ອີສະປອດຊິງແຊ້ມໂລກ 2024 ຫຼື World Esports Championship 2024 ທີ່ Riyadh, Saudi Arabia ມີປະເພດເກມໃດແນ່ ?
——————-
ແຫຼ່ງທີ່ມາ:
IESF – International Esports Federation
——————-
Esports News
January 31, 2024
Max Souphankhaisy
ກອງປະຊຸມ ວຽກງານກິລາລະດັບສູງທົ່ວປະເທດ ປະຈຳປີ 2023 ແລະ ແຜນວຽກງານຈຸດສຸມ ປະຈຳປີ 2024
ສຳເລັດກອງປະຊຸມ ວຽກງານກິລາລະດັບສູງທົ່ວປະເທດ ປະຈຳປີ 2023 ແລະ ແຜນວຽກງານຈຸດສຸມ ປະຈຳປີ 2024
ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສຳຄັນ, ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂື້ນໃນວັນທີ 29 ມັງກອນ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກງານກິລາ-ກາຍຍະກຳ, ມີທ່ານຫົວໜ້າກົມກິລາລະດັບສູງ, ຫົວຫນ້າກົມທີ່ກ່ຽວຂ້ອງ, ຮອງກົມ, ຫົວຫນ້າພະແນກສຶກສາທິການແລະກິລາແຂວງ, ນະຄອນຫຼວງວຽງຈັນ, ປະທານສະຫະພັນກິລາແຫ່ງຊາດລາວ, ຮອງປະທານ, ພະນັກງານ, ວິຊາການ ຈາກທົ່ວປະເທດເຂົ້າຮ່ວມທັງໝົດ 110 ທ່ານ.
ປະທານກອງປະຊຸມ ສະເຫນີໃຫ້ບັນດາຜູ້ແທນໃນກອງປະຊຸມຄັ້ງນີ້ ມີຄຳເຫັນ ແລະ ເອົາໃຈໃສ່ໃນການປະກອບສ່ວນໃສ່ເນື້ອໃນກອງປະຊຸມ ເພື່ອໃຫ້ເປັນວຽກງານຈຸດສຸມການພັດທະນາລາ ແລະ ກໍ່ຢາກໃຫ້ເອົາໃຈໃສ່ເລື່ອງການປະຕິບັດວຽກງານກິລາຂອງບັນດາສະຫະພັນກິລາແຫ່ງຊາດ, ຂະແຫນງການກິລາ-ກາຍຍະກຳແຂວງ ແລະ ສະຖາບັນກິລາ-ກາຍຍະກຳ ຈົ່ງປະຕິບັດທຸກຢ່າງໃຫ້ປອດໃສ ແລະ ລະອຽດ ບໍ່ໃຫ້ມີຈຸດອ່ອນ ແລະ ສົ່ງຜົນກະທົບຕໍ່ການປະຕິບັດວຽກງານ. ສ່ວນເລື່ອງການເບີ່ງແຍງນັກກິລາທີ່ຮັບໃຊ້ຊາດ, ສະໜາມກິລາຕ່າງໆ ລວມເຖີງການຫັ້ນກິລາກ້າວສູ່ເປັນອາຊີບ ແມ່ນຢາກໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແລະປຶກສາຫາລືກັນ ໃຫ້ຖືກຕ້ອງ ແລະ ມີວິທີການທີ່ເປັນໄປໄດ້ທີ່ສຸດ. ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນຫນັກ ແລະ ຢາກໃຫ້ເອົາໃຈໃສ່ທີ່ສຸດ ກໍ່ຄືການສຸມໃສ່ ແລະ ຕັ້ງຫນ້າປະຕິບັດໃຫ້ສຳເລັດ ແລະ ປາດສະຈາກໃຫ້ ລົ້ມກິລາ ຫລື ການຊື້ຈ້າງ ເພາະນີ້ເປັນສີ່ງທີ່ທຳລາຍຊື້ສຽງແລະກຽດຂອງພວກເຮົາ ທັງຢູ່ພາຍໃນ ແລະ ໄປແຂ່ງຂັນຕ່າງປະເທດ ອີກດ້ວຍ.
ນອກຈາກວຽກງານໂດຍລວມ ຍັງໄດ້ມີການປຶກສາຫາລືແຜນຈຸດສຸມປີ 2024 ແລະ ວາງແຜນ ກິລາແຫ່ງຊາດ ໃນປີ 2025 ເຊິ່ງ ອີສະປອດ ເປັນ 1 ໃນກິລາທີ່ຖືກກ່າວເຖິງໃນກອງປະຊຸມ ແລະ ໂດຍສະເພາະມີແຜນ ເຂົ້າບັນຈຸ ກິລາມະຫາວິທະຍາໄລລາວ ແລະ ກິລາ ນັກຮຽນທົ່ວປະເທດ.
ທັງນີ້ ສະຫະພັນກິລາອີສະປອດ ຍັງຈັດຢູ່ໃນໝວດກິລາທີ່ຕ້ອງຂົນຂວາຍ ກຸ້ມຕົນເອງໃນຫລາຍດ້ານ ຈຶ່ງຈຳເປັນຕ້ອງປຶກສາກັບ ຄະນະນຳ ແລະ ແລກປ່ຽນກັບຫລາຍພາກສ່ວນ ໂດຍສະເພາະ ພາກສ່ວນ ພະແນກສຶກສາທິການ ແລະ ກິລາແຂວງ ທີ່ຈຳເປັນຕ້ອງວາງແຜນຮ່ວມກັນຢ່າງຮັດກຸມ ຮັບປະກັນ ການຂະຫຍາຍ ໄປເທື່ອລະກ້າວ ເທື່ອລະດ້ານ.
ນອກຈາກນີ້ກອງປະຊຸມ ຍັງໄດ້ຜ່ານຮ່າງບົດຕ່າງໆ ປະກອບມີ ຜ່ານຮ່າງແຜນຍຸດທະສາດການພັດທະນາກິລາລາວ ແຕ່ນີ້ເຖີງ ປີ 2030 ແລະ ວິໄສທັດຮອດປີ 2050, ຜ່ານຮ່າງປັບປຸງດຳລັດ ວ່າດ້ວຍລະບອບນະໂຍບາຍຕໍ່ນັກກິລາ ແລະ ຄູຝຶກທີມຊາດ (ສະບັບປຸບປັງ), ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄ້ອງ ແລະ ເຄື່ອນໄຫວສະຫະພັນ-ສະໂມສອນກິລາ, ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການນຳໃຊ້ຊຸດເຄື່ອງແບບກິລາ-ກາຍຍະກຳ ແລະ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ, ເຄື່ອນໄຫວສະໜາມກິລາ-ກາຍຍະກຳຂັ້ນແຂວງ.
Cr ຂ່າວ ແລະ ຮູບພາບຈາກ ກົມກິລາລະດັບສູງ.
Esports News
January 29, 2024
Max Souphankhaisy
ກິລາອີສະປອດຖືກບັນຈຸຊິງຫຼຽນໄຊ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ປີ 2025
”ຮັບຮອງເປັນທາງການ” ກິລາອີສະປອດຖືກບັນຈຸຊິງຫຼຽນໄຊ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ປີ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ
ຖືວ່າເປັນອີກໜຶ່ງຄວາມສຳເລັດ ແລະ ຄວາມພະຍາຍາມມາຫຼາຍປີ ຂອງຄະນະບໍລິຫານງານອີສະປອດແຫ່ງຊາດລາວ ພ້ອມດ້ວຍທຸກພາກສ່ວນ ແລະ ບັນດາ ສະໂມສອນ, ນັກກິລາ ແລະ Community ສຳລັບອີສະປອດໃນປະເທດລາວກ່ວາຈະຖືກຍອມຮັບ ແລະ ພັດທະນາເປັນກິລາ ເທື່ອລະກ້າວ. ເຊິ່ງຫຼັງຈາກກອງປະຊຸມກິລາລະດັບສູງ ທົ່ວປະເທດລາວ ໃນວັນທີ 29 ມັງກອນ 2024 ທີ່ແຂວງວຽງຈັນ ເຊິ່ງຈັດໂດຍ ກະຊວງສຶກສາທິການແລະກິລາ.
ທ່ານໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ໄດ້ລະບຸວ່າ ໃນກອງປະຊຸມໄດ້ຮັບຮອງເອົາ ອີສະປອດເຂົ້າເປັນ 1 ໃນ 34 ປະເພດກິລາ ທີ່ຊິງຫຼຽນ ໃນມະຫະກຳກິລາແຫ່ງຊາດຄັ້ງທີ XII ປີ 2025 ທີ່ຈະມາເຖິງ.
ສ່ວນຈະຊິງຈັກຫຼຽນ ແລະ ມີປະເພດໃດແດ່ ຕ້ອງຖ້າຕິດຕາມ
ອີກບາດກ້າວຂອງວົງການອີສະປອດລາວ ທີ່ພວກເຮົາຕ້ອງຊ່ວຍກັນ ເຖິງຍ່າງຊ້າແດ່ ຫຼົງທາງແດ່ ອຸປະສັກແດ່ ຂໍໃຫ້ທຸກຄົນຮ່ວມກັນພັດທະນາ
ສ່ວນແອດ ກະກຽມຊ້ອມທີມລົງກິລາແຫ່ງຊາດກ່ອນ.
Esports News
January 26, 2024
Max Souphankhaisy
ສຳເລັດກອງປະຊຸມ ຄະນະບໍລິຫານງານ ຄະນະກຳມະການ ໂອແລມປິກແຫ່ງຊາດລາວ ຊຸດທີ VIII ປະຈຳປີ 2023
“ສຳເລັດກອງປະຊຸມ ຄະນະບໍລິຫານງານ ຄະນະກຳມະການ ໂອແລມປິກແຫ່ງຊາດລາວ ຊຸດທີ VIII ປະຈຳປີ 2023”
ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວເຂົ້າຮ່ວມກອງປະຊຸມອັນສຳຄັນ ໂດຍການເປັນປະທານຂອງ ທ່ານ ຮສ ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ຄະນະກຳມະການໂອແລມປິກແຫ່ງຊາດ, ພ້ອມດ້ວຍບັນດາ ຮອງລັດຖະມົນຕີ ຫົວຫນ້າກົມ ຫ້ອງການກະຊວງ ແລະ ຄະນະບໍລິຫານງານ ຄະນະກຳມະການ ໂອແລມປິກແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອສະລຸບ ຕີລາຄາຄືນ ການເຄື່ອນໄຫວ ແລະ ຜົນສຳເລັດໃນປີ 2023 ພ້ອມແຜນປີ 2024
Finished yearly meeting Executives Committee of the National Olympic Committee of Laos
Esports News
January 17, 2024
Max Souphankhaisy
ການຝຶກອົບຮົມການຕະຫຼາດ ແລະ ສິດທິປະໂຫຍດເພື່ອຜັນຂະຫຍາຍແນວທາງສູ່ສະໂມສອນ ແລະ ທີມກິລາ
Finished Marketing and Privilege Workshop “ ສຳເລັດການຝຶກອົບຮົມ ການຕະຫຼາດ ແລະ ສິດທິປະໂຫຍດ ເພື່ອຜັນຂະຫຍາຍ ແນວທາງສູ່ ສະໂມສອນ ແລະ ທີມກິລາ”
ໃນວັນທີ 15-17 ມັງກອນ 2024, ຮອງປະທານ ແລະ ເລຂາທິການ ສະຫະພັນກິລາອີສະປອດແຫ່ງຊາດລາວ ໄດ້ເຂົ້າຮ່ວມການຝຶກອົບຮົມ ດັ່ງກ່າວ ເຊິ່ງຈັດໂດຍ ຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍມີ ຊ່ຽວຊານ ຈາກ ສສ ຫວຽດນາມ ເປັນວິທະຍາກອນ, ການຝຶກອົບຮົມ ແນໃສ່ການສ້າງ ການຕະຫລາດດ້ານກິລາ ແລະ ສິດທິປະໂຫຍດປິ່ນອ້ອມ ເພື່ອແນໃສ່ ສ້າງຄວາມເຂັ້ມແຂງ ໃຫ້ແກ່ ບັນດາສະຫະພັນກິລາ ລວມເຖິງແຜນການໄລຍະຍາວ ຂອງວຽກງານ ຫັນເປັນການຕະຫລາດ ແລະ ສ້າງມູນຄ່າດ້ານກິລາໃຫ້ຫລາຍຂຶ້ນ. ພາຍຫລັງສິ້ນສຸດການຝຶກອົບຮົມ ສະຫະພັນກິລາອີສະປອດແຫ່ງຊາດລາວ ຈະຜັນຂະຫຍາຍ ສູ່ສະໂມສອນ ແລະ ທີມກິລາ ໃນຂົງເຂດທົ່ວປະເທດ.
Esports News
mlbb
January 16, 2024
Max Souphankhaisy
ຜູ້ໂຊກດີທີ່ໄດ້ຮັບລາງວັນຈາກກິດຈະກຳຮັບຊົມ Live ການແຂ່ງຂັນກິລາອີສະແອດຊິງແຊ້ມປະເທດລາວປະຈຳປີ 2023
ຜູ້ໂຊກດີທີ່ໄດ້ຮັບຂອງລາງວັນຫຼາກຫຼາຍຈາກກິດຈະກຳຮັບຊົມ Live ການແຂ່ງຂັນກິລາອີສະແອດຊິງແຊ້ມປະເທດລາວປະຈຳປີ 2023 ຫຼື Lao National Championship 2023
ຂອງລາງວັນປະກອບດ້ວຍ:
– ບັດຕື່ມເງິນ (ຫຼັກ 5 ຫຼື 7) ມູນຄ່າ 100.000 ກີບ (20 ລາງວັນ)
– ສະຕິງ 1 ແພັກ (24 ຕຸກ) (10 ລາງວັນ)
– ເພັດເກມ MLBB
500 ເພັດ (4ລາງວັນ)
– ລາງວັນໃຫຍ່ ເພັດເກມ MBLBB
1000 ເພັດ (2ລາງວັນ)
——————-
ເລີ່ມຕິດຕໍ່ຮັບລາງວັນໂດຍການສົ່ງຂໍ້ຄວາມມາທາງ Facebook Page:
Lao Esports Federation
ໄລຍະເວລາ ວັນທີ 15 – 25 ມັງກອນ 2024
Esports News
January 12, 2024
Max Souphankhaisy
ງານປະຊຸມກະກຽມ ກິລາມະຫາວິທະຍາໄລລາວ
“ປະຊຸມກະກຽມ ກິລາມະຫາວິທະຍາໄລລາວ”
ໃນຕອນບ່າຍຂອງວັນທີ 12 ມັງກອນ 2024 ຄະນະບໍລິຫານງານ ສະຫະພັນກິລາອີສະປອດແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມກອງເຕັກນິກ ກະກຽມ ການແຂ່ງຂັນ ກິລາ ມະຫາວິທະຍາໄລລາວ ຄັ້ງທີ 2 ປີ 2024 ໂດຍມີການ ບັນຈຸ ປະເພດກະລາ 11 ປະເພດ ເຊິ່ງ ກິລາ ອີສະປອດ ກໍເປັນ 1 ໃນນັ້ນ. ກອງປະຊຸມໄດ້ ແຈ້ງລາຍລະອຽດ, ເງື່ອນໄຂ ແລະ ການຈັດການແຂ່ງຂັນ ຂອງແຕ່ລະປະເພດ ເຊິ່ງປີນີ້ ມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນໃນໄລຍະເດືອນ ພຶດສະພາ-ມິຖຸນາ 2024 ນີ້.
ສຳລັບກິລາອີສະປອດ ສະເໜີບັນຈຸ 3 ປະເພດ ຊິງໄຊ 8 ລາຍການ ເຊິ່ງຢູ່ໃນຂັ້ນຕອນການ ພິຈາລະນາ ວ່າຈະມີການແຂ່ງຫຍັງແດ່ ແຕ່ທີ່ແນ່ໆ ມ່ວນແນ່ນອນ
ສຳລັບໃຜຢາກໃຫ້ມີລາຍການໃດ ສາມາດ ໄປຕອບບົດສຳຫຼວດໄດ້ ທີ່ລິ້ງນີ້:
https://docs.google.com/…/1ZqPa…/edit…
ເພາະທຸກການຕອບ ສົ່ງຜົນຕໍ່ການບັນຈຸລາຍການແຂ່ງຂັນ
Esports News
January 10, 2024
Max Souphankhaisy
Lao Esports 2024 Year Plan Meeting And Discussion
ສະຫະພັນກິລາອີສະປອດແຫ່ງຊາດລາວ ປະຊຸມປຶກສາຫາລື ລຸລ່ວງແຜນປະຈຳປີ ແລະ ທິດທາງການປັບປຸງ ຫລາຍວຽກງານ ໂດຍມີບັນດາ ສະໂມສອນ ແລະ ຕົວແທນ community ເຂົ້າຮ່ວມ ທີ່ຫ້ອງການ ສະຫະພັນ ເຊິ່ງໄດ້ມີການ ປຶກສາຫາລື ຫລາຍບັນຫາ ພ້ອມ ສະເໜີແນວທາງແກ້ໄຂ ສິ່ງທ້າທາຍຕ່າງໆໃຫ້ດີຂຶ້ນ
Lao Esports 2024 year plan meeting and discussion for development community, development working systems and Esports club.
Esports News
January 8, 2024
Max Souphankhaisy
ESPORT LAOS 2024 SURVEYS
ຂໍເຊີນຊວນນັກກິລາອີສະປອດທຸກພາກສ່ວນໃນຂົງເຂດທົ່ວປະເທດ
ຮ່ວມຕອບແບບສອບຖາມນີ້ທີ່ມີຄວາມສຳຄັນໃນການກຳນົດແນວທາງກິລາອີສະປອດໂດຍສະເພາະແມ່ນການຕັດສິນລາຍການກິລາອີສະປອດທີ່ຈະບັນຈຸໃນກິລານັກຮຽນສາມັນ 2024 ແລະ ກິລາມະຫາວິທະຍາໄລ ໃນປີ 2024 ແລະ ກິລາແຫ່ງຊາດໃນປີ 2025.
.
ລິ້ງແບບສອບຖາມ (ໃຊ້ເວລາພຽງ 3-5 ນາທີ):
https://docs.google.com/…/1ZqPa…/edit…
.
ເຊີນໝູ່ເພື່ອນ ແລະ ຄົນຮູ້ຈັກຂອງທ່ານທີ່ຫຼິ້ນອີສະປອດ ມາຮ່ວມຕອບແບບສອບຖາມນີ້ນຳກັນ ເພື່ອການພັດທະນາຂອງກິລາອີສະປອດໃນອະນາຄົດ
1
2
3
4
Hide similarities
Highlight differences
Select the fields to be shown. Others will be hidden. Drag and drop to rearrange the order.
Image
SKU
Rating
Price
Stock
Availability
Add to cart
Description
Content
Weight
Dimensions
Additional information
Click outside to hide the comparison bar
Compare
Compare
×
Let's Compare!
Continue shopping