Esports News
ການແຂ່ງຂັນ ECEA Esports Championship East Asia ຄັ້ງທີ 4 ຈັດຂື້ນທີ່ເມືອງ ເຊີງຕູ (Chengdu), ສປ.ຈີນ ຕັ້ງແຕ່ວັນທີ 01-03 ພະຈິກ 2025
ໂດຍມີການແຂ່ງຂັນ 3 ແະເພດເກມ: eFootball, Honor of Kings ແລະ League of legends. ການແຂ່ງຂັນນີ້ມີການເຂົ້າຮ່ວມຂອງທີມລະດັບຕົ້ນໆຈາກປະເທດຍີ່ປຸ່ນ, ປະເທດເກົາຫຼີໃຕ້, ສປ.ຈີນ ແລະ ຮ່ອງກົງ.
ນອກຈາກຈະເປັນການແຂ່ງຂັນອີສະປອດແລ້ວຍັງເປັນການສົ່ງເສີມ ດ້ານອຸດສາຫະກຳ, ວັດທະນະທຳ ແລະ ການທ່ອງທ່ຽວຂອງ ສປ.ຈີນ ແລະ ການແຂ່ງຂັນນີ້ຍັງເປັນການແຂ່ງຂັນຕົ້ນແບບ ເພື່ອເສີມຂະຫຍາຍວຽກງານດ້ານອີສະປອດ ແລະ ການທ່ອງທ່ຽວຂອງ ອາຊີຕາເວັນອອກ ແລະ ອາຊີຕາເວັນຕົກສຽງໃຕ້.





