Esports News
WELCOME BACK TO LAOS 
ຕົວແທນປະເທດລາວ ທີມ Niightmare Esports ແລະ ທີມ LEON Esports ທີ່ເຂົ້າຮ່ວມການແຂ່ງຂັນ M CHALLENGE CUP MEKONG SEASON 4 ທີ່ປະເທດຫວຽດນາມ, ໄດ້ກັບມາຮອດລາວຢ່າງປອດໄພ ໂດຍມີທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ເດີນທາງໄປຕ້ອນຮັບ ແລະ ມອບຂອງທີ່ລະລຶກເພື່ອຊົມເຊີຍຜົນງານອັນໂດດເດັ່ນຂອງຄູຝຶກ ແລະ ນັກກິລາທຸກໆຄົນ ຖືເປັນອີກໜຶ່ງຄວາມພາກພູມໃຈ ແລະ ຄວາມສຳເລັດອີກຂັ້ນ 




