Esports NewsGamemlbb
LAO NATIONAL QUALIFIERS ROAD TO RIYADH 2024
ເປີດຮັບສະໝັກທີມປະເພດເກມ MOBILE LEGEND: BANG BANG MEN (ປະເພດທີມຊາຍ) ຄັດເລືອກເພື່ອຫາທີມຕົວແທນປະເທດລາວ ເພື່ອເຂົ້າຮ່ວມການແຂ່ງຂັນ ອີສະປອດຊິງແຊ້ມໂລກ 2024 ຫຼື World Esports Championship 2024 ທີ່ ເມືອງ ຣີຍາດ, ປະເທດຊາອຸດິອາລາເບຍ.
ຮັບພຽງແຕ່ 128 ທີມເທົ່ານັ້ນ ຮີບສະໝັກເລີຍ ທີມມີຈຳນວນຈຳກັດ ໃຜຊ້າຖືວ່າອົດ!
———————————————
———————————————
ເປີດຮັບສະໝັກຕັ້ງແຕ່ ມື້ນີ້ 07 – 15 ມີນາ 2024
ສອບຖາມຂໍ້ມູນເພີ່ມເຕີມຕິດຕໍ່ Admin

UPDATE!!! ເງື່ອນໄຂພື້ນຖານໃນການສະໝັກ:
1. ສະມາຊິກໃນທີມຕ້ອງເປັນຄົນລາວ (ສັນຊາດລາວ) ເທົ່ານັ້ນ.
2. ທີມໜື່ງຕ້ອງປະກອບໄປດ້ວຍສະມາຊິກທັງໝົດ 6 ຄົນ, ຜູ້ຫຼິ້ນຕົວຈິງ 5 ຄົນ ແລະ ໂຕສຳຮອງ 1 ຄົນ (ມີ ຫຼື ບໍ່ມີກໍໄດ້).
3. ຜູ້ເຂົ້າແຂ່ງຂັນທຸກຄົນຕ້ອງມີອາຍຸ 18 ປີຂື້ນໄປ.
4. ນັກກິລາທຸກຄົນຕ້ອງໄດ້ຢັ້ງຢືນອາຍຸດ້ວຍ Passport, ບັດປະຈຳຕົວ ຫຼື ສຳມະໂນຄົວ.
5. ຊື່ທີມ ແລະ ຊື່ໃນເກມຂອງສະມາຊິກໃນທີມຕ້ອງບໍ່ມີຄວາມໝາຍໃນທາງທີ່ບໍ່ດີ (ບໍ່ວ່າຈະເປັນມາພາສາລາວ ຫຼື ພາສາຕ່າງປະເທດ)
6. ນັກກິລາ 1 ຄົນ ສາມາດລົງສະໝັກໄດ້ພຽງ 1 ລາຍການເທົ່ານັ້ນ (ຕົວຢ່າງ ເມື່ອສະໝັກແຂ່ງໃນລາຍການ MLBB ແລ້ວ ຈະບໍ່ສາມາດລົງສະໝັກແຂ່ງໃນລາຍການທີ່ເຫຼືອໄດ້).
7. ນັກກິລາທຸກຄົນຕ້ອງໝັ້ນໃຈວ່າຕົນເອງສາມາດມາຮ່ວມໃນຮອບອອຟລາຍໄດ້ ຖ້າຫາກຜ່ານເຂົ້າຮອບ.
8. ຫົວໜ້າທີມຕ້ອງເປັນຜູ້ຮັບຜິດຊອບຫຼັກໃນການຕິດຕໍ່ ແລະ ປະສານງານຕ່າງໆ ກັບ ທີມງານ.
