Esports News
ໂອກາດມາເຖິງແລ້ວ ສຳລັບໃຜທີ່ມີຄວາມສົນໃຈໃນວຽກກິລາອີສະປອດ,
ສະຫະພັນກິລາອີສະປອດແຫ່ງຊາດລາວໄດ້ເປີດຮັບສະໝັກສຳລັບຜູ້ທີ່ສົນໃຈໃຫ້ເຂົ້າຮ່ວມການຝືກອົບຮົມກຳມະການຕັດສິນການແຂ່ງຂັນກິລາອີສະປອດ. ໂດຍ ທ່ານ ສົມພະຈັນ ແສງສີລາວົງ ຫົວໜ້າກຳມະການຕັດສິນການແຂ່ງຂັນອີສະປອດ ທີ່ມີປະສົບການໃນວຽກງານກຳມະການຫຼາຍກວ່າ 6 ປີ ທັງງານພາຍໃນ ແລະ ຕ່າງປະເທດ!
ເປີດຮັບສະໝັກ ນັບຕັ້ງແຕ່ມື້ນີ້ (ວັນທີ 20) – 25 ມີນາ 2025, ລາຍລະອຽດສາມາດອ່ານໄດ້ທີ່ລິ້ງຮັບສະໝັກ.

