ການຈັດກອງປະຊຸມ ອີສະປອດສາກົນ ປະຈຳປີ 2024
ໃນວັນທີ 18 ພະຈິກ 2024 ທີ່ຜ່ານມາ ໄດ້ມີການຈັດກອງປະຊຸມ ອີສະປອດສາກົນ ປະຈຳປີ 2024 ຫຼື International Esports Federation (IESF) Ordinary General Meeting 2024 ທີ່ເມືອງ ຣີຍາດ, ປະເທດ ຊາອຸດິອາຣາເບຍ.
ມີປະເທດທີ່ເຂົ້າຮ່ວມຫຼາຍກວ່າ 150 ປະເທດ ແລະ ປະເທດລາວກໍເປັນໜຶ່ງໃນສະມາຊິກຂອງ ສະຫະພັນກິລາອີສະປອດສາກົນ ໄດ້ເຂົ້າຮ່ວມໂດຍ ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ
ເນື້ອຫາກ່ຽວກັບກອງປະຊຸມ: ປັບປຸງຮ່າງກົດລະບຽບ ແລະ ວາລະການແຕ່ງຕັ້ງໜ້າທີ່, ຕຳແໜ່ງຕ່າງໆ ເຂົ້າໃນການຈັດຕັ້ງຂອງກິລາອີສະປອດສາກົນ ພ້ອມທັງ ຮ່ວມປຶກສາ, ວາງແຜນ ກ່ຽວກັບການພັດທະນາ ກິລາອີສະປອດໃນອະນາຄົດ.




























