Uncategorized
“ທ່ານ ໂຈນາທານ ສິຣິສັກດາ” ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ໄດ້ຕອບຮັບຄຳເຊີນ ແລະ ໄປຢ້ຽມຢາມ ບໍລິສັດ NetEase ເຈົ້າຂອງລິຂະສິດເກມ Identity V ແລະ Naraka Bladepoint ທີ່ເປັນປະເພດເກມແຂ່ງຂັນໃນກິລາມະຫາກຳເອຊຽນເກມຄັ້ງທີ 20 ທີ່ເມືອງນາໂກຢ່າ, ປະເທດຍີ່ປຸ່ນ
. ໂດຍການໄປຄັ້ງນີ້ຍັງໄດ້ໂອ້ລົມ ແລະ ປຶກສາຫາກ່ຽວກັບ ການສົ່ງນັກກິລາທີມຊາດລາວເພື່ອເຂົ້າຮ່ວມມະຫາກຳກິລາເອຊຽນເກມ ໃນປີ 2026 (2) ປະເພດເກມ Identity V ແລະ Naraka Bladepoint, ພ້ອມວາງແຜນກົນລະຍຸດ ແລະ ແນວທາງການພັດທະນາອີສະປອດພາຍໃນລາວລະຫວ່າງສະຫະພັນກິລາອີສະປອດແຫ່ງຊາດລາວ ແລະ ບໍລິສັດ NetEase.
ແລະ ນອກຈາກນີ້ “ທ່ານ ໂຈນາທານ ສິຣິສັກດາ” ຍັງໄດ້ໄປເບິ່ງເບື້ອງໜ້າ ແລະ ເບື້ອງຫຼັງການແຂ່ງຂັນຂອງ 2 ປະເພດເກມ Identity V ແລະ Naraka Bladepoint ເພື່ອກຽມຄວາມພ້ອມ ແລະ ນຳຮູບແບບການແຂ່ງຂັນມາປັບໃຊ້ໃນການຄັດເລືອກຫານັກກິລາທີມຊາດລາວ ໃນໄວໆນີ້.
“Mr. Jonathan Sirisackda” President of Lao Esports Federation accepted the invitation and visited NetEase, the company that owns Identity V and Naraka Bladepoint It is a type of game in the 20th Asian Games in Nagoya, Japan
. During this visit, discussions and consultations were held regarding sending Lao national athletes to compete in the 2026 Asian Games in game categories such as Identity V and Naraka Bladepoint, Strategic planning and development guidelines for esports in Laos between the Lao Esports Federation and NetEase.
In addition, “Mr. Jonathan Sirisackda” also visited the Identity V and Naraka Bladepoint esports competitions to prepare for and apply the competition format to the upcoming Lao national team qualifiers.


